ຈຳນວນຜູ້ຍົກຍ້າຍເຂົ້າໄປອາເມຣິກາ ທີ່ຜິດກົດໝາຍສືບຕໍ່ເພີ່ມຫຼາຍຂຶ້ນ
ຕາມຂ່າວສານຊິນຮ່ວາ ລາຍງານ ວັນທີ 24 ທັນວາ ນີ້, ບໍລິສັດວິທະຍຸໂກລົມບີອາເມຣິກາ ຫຼື CBS ລາຍງານວ່າ: ໃນໜຶ່ງອາທິດ
ຜ່ານມານີ້, ໜ່ວຍລາດຕະເວນຊາຍແດນ ອາເມຣິກາ ໄດ້ຈັບກຸມຜູ້ຍົກຍ້າຍເຂົ້າໄປອາເມຣິກາ ທີ່ຜິດກົດໝາຍເກືອບ 50.000 ຄົນ ໃນເວ
ລາພຽງແຕ່ 5 ມື້ເທົ່ານັ້ນ, ແຕ່ລະມື້ໄດ້ຈັບກຸມຫຼາຍກວ່າ 10.000 ຄົນ. ຫຼັງຈາກລັດຖະບານຊຸດປັດຈຸບັນຂອງ ອາເມຣິກາ ກຳອຳນາດແລ້ວ
ໄດ້ຜ່ອນຄາຍນະໂຍບາຍຜູ້ຍົກຍ້າຍເຂົ້າເມືອງຢ່າງຫຼວງຫຼາຍ ເຮັດໃຫ້ຈຳນວນຜູ້ຍົກຍ້າຍທີ່ຜິດກົດໝາຍເພີ່ມຂຶ້ນຢ່າງຫຼວງຫຼາຍ.
ໃນເດືອນ ສິງຫາ ປີນີ້, ຜູ້ຍົກຍ້າຍເຂົ້າໄປ ອາເມຣິກາ ຜິດກົດໝາຍບັນລຸເຖິງ 300.000 ຄົນ ໂດຍໄດ້ສ້າງສະຖິຕິສູງສຸດໃນປະຫວັດ
ສາດ. ໃນເດືອນພະຈິກຜ່ານມາ, ຈຳນວນຜູ້ຍົກຍ້າຍເຂົ້າເມືອງຜິດກົດໝາຍຢູ່ອາເມຣິກາ ແມ່ນສູງເຖິງ 240.000 ຄົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2023